ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດລຸລ່ວງໃຫ້ນາຍທະຫານຂັ້ນສູງ​ເພື່ອພັກການກຽມເຂົ້າຮັບເບ້ຍບໍານານ


     ໃນວັນທີ 2 ຕຸລາ 2023 ທີ່ຜ່ານມານີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດລຸລ່ວງໃຫ້ນາຍທະຫານພັກການ ເພື່ອກຽມ
ເຂົ້າຮັບເບ້ຍບໍານານ ຈໍານວນ 2 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກ
ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະພັກອົງການກົມໃຫຍ່ພະລາທິການ, ບັນດາກົມ, ຄະນະພັກ-ຄະ
ນະບັນຊາວິທະຍາຄານພະລາທິການ ແລະ ໂຮງໝໍບໍລິເວນ 109 ກອງທັບ, ພະແນການ, ພ້ອມດ້ວຍພະນັກງານນາຍທະຫານຜູ້ທີ່ໄດ້ຮັບການ
ປະກາດລຸລ່ວງພັການກຽມເຂົ້າຮັບເບ້ຍບໍານານ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງ
ທັບ, ໄດ້ຜ່ານໜັງສືແຈ້ງການຂອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ ສະບັບເລກທີ 2530, ລົງວັນທີ 22 ກັນຍາ 2023 ເລື່ອງ:
ລຸລ່ວງໃຫ້ນາຍທະຫານຂັ້ນສູງພັກການກຽມເຂົ້າຮັບເບ້ຍບໍານານ, ອີງຕາມ ແຈ້ງການຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 6491,
ລົງວັນທີ 24 ພະຈິກ ແລະ ອີງຕາມ ແຈ້ງການເພີ່ມເຕີມຂອງກົມພະນັກງານສະບັບເລກທີ 792 ລົງວັນທີ 07 ມີນາ 2023, ອີງຕາມ ການ
ຄົ້ນຄວ້າເຫັນດີຂອງຄະນະລັດຖະມົນຕີກະຊວງປ້ອງກັນປະເທດ, ຄັ້ງວັນທີ 04 ສິງຫາ 2023 ຕົກລົງ, ໃຫ້ນາຍທະຫານຂັ້ນສູງ ພັກການກຽມ
ເຂົ້າຮັບເບ້ຍບໍານານ 2 ສະຫາຍ ຄື: ພັນເອກ ບຸນກ້ຽງ ວົງສາລາດ ຫົວໜ້າການເມືອງວິທະຍາຄານພະລາທິການກອງທັບ ແລະ ພັນເອກ ຄອນ
ສຸພັນຄໍາ ຫົວໜ້າການເມືອງ ໂຮງໝໍບໍລິເວນ 109 ກອງທັບ.

     ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ,
ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີປະກາດການລຸລ່ວງໃຫ້ນາຍທະຫານພັກການ ເພື່ອກຽມເຂົ້າຮັບເບ້ຍບໍານານໃນຄັ້ງນີ້, ເຊີ່ງໄດ້ກ່າວສະເເດງຄວາມຍ້ອງ
ຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ບັນດາສະຫາຍໄດ້ເອົາໃຈ ໃສ່ຕັ້ງໜ້າປະກອບສ່ວນອັນສໍາຄັນທາງດ້ານມັນສະໝອງ, ເຫື່ອແຮງ ແລະ ສຸມ
ທຸກສະຕິປັນຍາຂອງຕົນເອງເຂົ້າໃນປະຕິ ບັດໜ້າທີ່ການເມືອງຂອງກົມກອງ ກໍຄືວຽກງານວິຊາສະເພາະທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງມີ
ຜົນສໍາເລັດຕະຫຼອດມາ, ຕໍ່ກັບບັນດາສະຫາຍຜູ້ທີ່ໄດ້ຮັບນະໂຍບາຍຈາກຂັ້ນເທິງເຂົ້າພັກການຮັບເບ້ຍບໍານານໃນຄັ້ງນີ້, ໃຫ້ເຂົ້າໃຈວ່າມັນແມ່ນ
ກຽດສັກສີອັນສູງສົ່ງ ແລະ ເປັນການປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບປະຊາຊົນລາວວາງອອກ ເມື່ອຮອດອາຍຸກະສຽນບໍານານ, ທຸກຄົນ
ກໍ່ຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍທີ່ວາງໄວ້ ແລະ ໃນໂອກາດນີ້, ຈື່ງຮຽກ ຮ້ອງມາຍັງທຸກສະຫາຍຜູ້ທີ່ໄດ້ຮັບນະໂຍບາຍດັ່ງກ່າວນີ້, ເມື່ອພັກ
ການເຂົ້າຮັບເບ້ຍບໍານານແລ້ວຈົ່ງພ້ອມກັນສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ແລະ ນໍາເອົາວຽກງານດັ່ງກ່າວນີ້,
ໄປຈັດຕັ້ງປະຕິບັດສຶກສາອົບຮົມບົ່ມສອນໃຫ້ລູກຫຼານ, ທຸກຄົນຢູ່ພາຍໃນຄອບຄົວຂອງຕົນໃຫ້ເປັນຄົນດີ ແລະ ເເນະນໍາໃຫ້ຍາດຕິພີ່ນ້ອງ ກໍຄືປະຊາ
ຊົນອ້ອມຂ້າງ, ບ້ານໃກ້ເຮືອນຄຽງໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈຢ່າງເລິກເຊີ່ງຕໍ່ແນວທາງການນໍາພາຂອງພັກ ແລະ ຂອງກອງທັບປະຊາຊົນລາວ, ເຊິ່ງ
ຍາມໃດກອງທັບກັບປະຊາຊົນກໍປຽບດັ່ງເໝືອນປາກັບນໍ້າທີ່ບໍ່ມີວັນຕັດແຍກອອກຈາກກັນໄດ້, ພ້ອມທັງມີການປະສານສົມທົບວຽກງານກັບບັນດາ
ອໍານາດການປົກຄອງທ້ອງຖິ່ນບ້ານຂັ້ນຕົນດໍາລົງຊີວິດຢູ່ຢ່າງເປັນປົກກະຕິ, ດໍາລົງຊີວິດດ້ວຍຄວາມປອດໃສ, ຂາວສະອາດ, ຕ້ານໄດ້ທຸກປະກົດການ
ຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂື້ນຢູ່ໃນຄອບຄົວຂອງຕົນ ກໍ່ຄືຢູ່ໃນສັງຄົມລາວເຮົາໃນປະຈຸບັນ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງໃຫ້ດີຂື້ນຕະຫຼອດໄປ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 04/10/2023